ຂ່າວສານການບໍລິການຈັດຫາງານ
News
ກອງປະຊຸມລິເລີ້ມກະກຽມການສ້າງວິໄສທັດລະບົບ LMI
ກອງປະຊຸມລິເລີ້ມກະກຽມການສ້າງວິໄສທັດລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຮອດປີ 2040 ແລະ ແຜນແມ່ບົດການພັດທະນາລະບົບ LMIS 10 ປີ (2025-2030) ໄດ້ຮັບການສະໜັບສະໜູນ ຈາກ ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ LAO/336 (Skills for tourism, agriculture and forestry (STAF)), ອົງການລຸກຊໍາບວກ ເພື່ອຄວາມຮ່ວມມືເພື່ອການພັດທະນາ ປະຈໍາ ສປປ ລາວ (Luxembourg Agency for Development Cooperation)
News
ກອງປະຊຸມເຜີຍແຜ່
ລົງເຜີຍແຜ່ ແລະ ແນະນຳ ຂັ້ນຕອນການນຳໃຊ້ລະບົບຂໍອະນຸມັດນຳໃຊ້ແຮງງານຕ່າງປະເທດ ແບບອອນລາຍ ໃຫ້ແກ່ພະນັກງານບຸກຄະລາກອນ ຢູ່ບັນດາຫົວໜ່ວຍແຮງງານໃນເຂດເສດຖະກິດພິເສດ ແລະ ບັນດາຫົວໜ່ວຍທຸລະກິດທີ່ຂື້ນກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ເພື່ອໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການ, ຂັ້ນຕອນໃຫ້ມີຄວາມເປັນເອກະພາບນຳໃຊ້ລະບົບຢ່າງມີປະສິດທິພາບ ແລະ ປະສິດທິຜົນ
News
ກອງປະຊຸມ
ປະຊຸມປຶກສາຫາລືກ່ຽວກັບເນື້ອໃນຄູ່ມືການຝຶກອົບຮົມສົ່ງເສີມການປະກອບອາຊີບອິດສະລະຮ່ວມກັບສູນເຕັກນິກກະສິກຳແຂວງ, ວິທະຍາໄລ ແລະ ໂຮງຮຽນເຕັກນິກວິຊາຊີບ, ສະຖານການຝຶກອົບຮົມຂອງອົງການຈັດຕັ້ງມະຫາຊົນ, ວິທະຍາໄລເອກະຊົນ, ສະພາການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ເອກະພາບຕໍ່ເນື້ອໃນຄູ່ມືຝຶກອົບຮົມ ຢູ່ 03 ແຂວງຄື: ແຂວງ ອຸດົມໄຊ, ຊຽງຂວາງ ແລະ ສາລະວັນ.
News
ພິທີລົງນາມບົດບັນທຶກການຮ່ວມມື (MOC) ການຈັດສົ່ງແຮງງານລາວໄປ ຝຶກອົບຮົມຢູ່ປະເທດຍີ່ປຸ່ນ
ເພື່ອເປັນການເສີມຂະຫຍາຍການຮ່ວມມືດ້ານແຮງງານໃຫ້ກ້າວເຂົ້າສູ່ລວງເລິກເພີ່ມຕື່ມ ລັດຖະບານຂອງທັງສອງປະເທດ ລາວ ແລະ ຍີ່ປຸ່ນ ເຫັນດີໃຫ້ມີການຮ່ວມມື ກ່ຽວກັບການຈ້າງແຮງງານລາວທີ່ມີທັກສະ ຊຶ່ງພິທີລົງນາມບົດບັນທຶກການຮ່ວມມື (MOC) ການຈັດສົ່ງແຮງງານລາວໄປ ຝຶກອົບຮົມຢູ່ປະເທດຍີ່ປຸ່ນ ພາຍໃຕ້ສະຖານະພາບຢູ່ອາໄສໃໝ່ “ທັກສະສີມືແຮງງານສະເພາະ” ທີ່ໄດ້ຈັດຂຶ້ນທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ ໃນວັນທີ 28 ກຸມພາ 2024 .
News
ປຶກສາຫາລື ເຄື່ອນຍ້າຍແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ
ກອງປະຊຸມເຄືອຄ່າຍແຮງງານເຄື່ອນຍ້າຍ ໃນວັນທີ 27ກຸມພາ2024, ທີ່ໂຮງແຮມລາວພລາຊາ. ໂດຍເປັນປະທານຮວ່ມ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມການຈັດຫາງານ ກະຊວງຮສສ , ທ່ານ ພອນສະຫວັນ ເສດທະນະໄພສານ ຜູ້ຕາງຫນ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ເບັນຈາມິນ ຮາກິນຜູ້ຊ່ຽວຊານດ້ານວິຊາການປະຈໍາໂຄງການ Ship to Shore ບັນດາທ່ານຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ພ້ອມຄະນະວິຊາການເຂົ້າຮວ່ມ ແບບເຊິ່ງໜ້າ ແລະ ທາງໄກ.
News
ປັບປຸງປຶ້ມຄູ່ມືຝຶກອົບຮົມກະກຽມຄວາມພ້ອມກ່ອນການເດີນທາງ ໃນຂະແຫນງການປະມົງ ແລະ ປຸງແຕ່ງອາຫານທະເລ
ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມການຈັດຫາງານ ໃນນາມປະທານຮວ່ມ ທ່ານເບັນຈາມິນ ຮາກິນຜູ້ຊ່ຽວຊານດ້ານວິຊາການປະຈໍາໂຄງການ Ship to Shore ໄດ້ກ່າວເປີດກອງປະຊຸມປັບປຸງປຶ້ມຄູ່ມືຝຶກອົບຮົມກະກຽມຄວາມພ້ອມກ່ອນການເດີນທາງ ໄປເຮັດວຽກຢູ່ປະເທດໄທ ໃນຂະແຫນງການປະມົງ ແລະ ປຸງແຕ່ງອາຫານທະເລ.
News
ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການສະໜອງເງິນກູ້ ແລະ ໂອນເງິນກັບຄືນປະເທດ
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມການຈັດຫາງານ, ກະຊວງແຮງງານ ແລ ະສະຫວັດດີການສັງຄົມ ແລະ ທະນາຄານ ອິນໂດຈີນ ຈໍາກັດ ວ່າດ້ວຍການສະໜອງເງິນກູ້ ແລະ ໂອນເງິນກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ. ໃນວັນທີ 04 ມີນາ 2024 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ.
News
ກອງປະຊຸມ ປະເມີນຄືນການດຳເນີນງານຂອງຈຸດບໍລິການຈັດຫາງານ ແລະ ກຳນົດແຜນການສ້າງຄວາມເຂັ້ມແຂງ
ກົມການຈັດຫາງານ, ກະຂວງແຮງງານ ແລະ ສະຫັວດດີການສັງຄົມ ຈັດກອງປະຊຸມ ປະເມີນຄືນການດຳເນີນງານຂອງຈຸດບໍລິການຈັດຫາງານ ແລະ ກຳນົດແຜນການສ້າງຄວາມເຂັ້ມແຂງ ໃຫ້ຈຸດບໍລິການຈັດຫາງານ ຂັ້ນແຂວງ ທົ່ວປະເທດ ໃນລະຫວ່າງວັນທີ 22-23 ກຸມພາ 2024 ທີ່ ເມືອງວັງວຽງ, ແຂວງວຽງຈັນ
News
ແຈ້ງການ ປິດຮັບເອກະສານສ້າງຕັ້ງບໍລິສັດບໍລິການຈັດຫາງານ
ແຈ້ງການ ປິດຮັບເອກະສານສ້າງຕັ້ງບໍລິສັດບໍລິການຈັດຫາງານ
News
ກອງປະຊຸມ ປຶກສາຫາລື ກ່ຽວກັບຮ່າງບົດລາຍງານ ການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການພັດທະນາສີມ
ໃນວັນທີ 25 ສິງຫາ 2022, ທີ່ ຫ້ອງປະຊຸມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບຮ່າງບົດລາຍງານ ການສຶກສາບົດຮຽນທີ່ດີ ຂອງການຈັດຕັ້ງປະຕິບັດການບໍລິການພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຜູ້ວ່າງງານ ໃນ ສປປ ລາວ. ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ILO CHINA.
News
ການຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ
ກົມການຈັດຫາງານ ຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫລີ ໃນລະບົບ EPS #ຄັ້ງທີ58 ຈຳນວນ 50 ຄົນ ຍິງ 6 ຄົນ ໃນວັນທີ 16/1/2024 ຂໍໃຫ້ທຸກຄົນໂຊກດີ????????????