ປັບປຸງປຶ້ມຄູ່ມືຝຶກອົບຮົມກະກຽມຄວາມພ້ອມກ່ອນການເດີນທາງ ໃນຂະແຫນງການປະມົງ ແລະ ປຸງແຕ່ງອາຫານທະເລ
by Oversea
ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມການຈັດຫາງານ ໃນນາມປະທານຮວ່ມ ທ່ານເບັນຈາມິນ ຮາກິນຜູ້ຊ່ຽວຊານດ້ານວິຊາການປະຈໍາໂຄງການ Ship to Shore ໄດ້ກ່າວເປີດກອງປະຊຸມປັບປຸງປຶ້ມຄູ່ມືຝຶກອົບຮົມກະກຽມຄວາມພ້ອມກ່ອນການເດີນທາງ ໄປເຮັດວຽກຢູ່ປະເທດ ໄທ ໃນຂະແຫນງການປະມົງ ແລະ ປຸງແຕ່ງອາຫານທະເລ. ໃນວັນທີ 28ກຸມພາ2024, ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ຄັ້ງນີ້ວ່າ: ໃນນາມກະຊວງ ຮສສ ເປັນເສນາທິການໃຫ້ລັດຖະບານໃນການເຄື່ອນໄຫວດ້ານການຄຸ້ມຄອງ ແລະ ປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ຈຶ່ງໄດ້ມີຄວາມພະຍາຍາມໃນການເຮັດພາລະບົບບາດໃນການຄຸ້ມຄອງມະຫາພາກດ້ວຍການສ້າງນິຕິກໍາເຊັ່ນ: ກົດໝາຍ, ດໍາລັດ, ລະບຽບການ ແລະ ຄໍາສັ່ງຕ່າງໆ ທີ່ພົວພັນກັບພາລະບົດບາດຂອງຕົນ ຊຶ່ງມາຮອດປະຈຸບັນພວກເຮົາໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍການຈັດຫາງານ ແລະ ຈະໄດ້ປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ. ພ້ອມກັນນັ້ນ, ກໍ່ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດໂຄງການສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ. ສຳລັບ ສປປ ລາວ ແມ່ນຈະເນັ້ນໃສ່ການປັບປຸງນະໂຍບາຍກ່ຽວການເຄື່ອນຍ້າຍແຮງງານ, ການສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ການສະໜອງຜູ້ອອກແຮງງານທີ່ກັບຈາກຕ່າງປະເທດທີ່ເຮັດວຽກໃນຂະແໜງປະມົງ ແລະ ອຸດສາຫະກຳແປຮູບອາຫານທະເລ ເຂົ້າໃສ່ຕຳແໜ່ງງານພາຍໃນປະເທດ ໂດຍຜ່ານການພັດທະນາສີມືແຮງງານ. ຕອນທາ້ຍ ທ່ານ ຍັງໄດ້ກ່າວຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕີລາຄາສູງ ແລະ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການສະໜັບສະໜູນຂອງ ສະຫະພາບເອີຣົບ ໂດຍຜ່ານອົງການແຮງງານສາກົນ ທີ່ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ສະໜັບສະໜູນໃຫ້ກອງປະຊຸມນີ້ໄດ້ຈັດຂຶ້ນ. ກອງປະຊຸມປັບປຸງປຶ້ມຄູ່ມືຝຶກອົບຮົມກະກຽມຄວາມພ້ອມກ່ອນການເດີນທາງ ໄປເຮັດວຽກຢູ່ປະເທດ ໄທ ໃນຂະແຫນງການປະມົງ ແລະ ປຸງແຕ່ງອາຫານທະເລ ຄັ້ງນີ້, ບັນດາຜູ້ເຂົ້າຮວ່ມໄດ້ພ້ອມກັນ ປຶກສາຫາລື ແລະ ປະກອບຄຳຄິດເຫັນຮ່ວມກັນ ເພື່ອຮັບຮອງເອົາເນື້ອໃນຂອງປຶ້ມຄູ່ມືດັ່ງກ່າວ. ຫລັງຈາກນັ້ນ, ກໍ່ຈະໄດ້ຝຶກອົບຮົມການນໍາໃຊ້ປຶ້ມຄູ່ມື ໃຫ້ແກ່ບັນດາວິສາຫະກິດບໍລິການຈັດຫາງານ, ສູນ MRC ໂຄງການຮັບປະກັນສິດທິຂອງແຮງງານເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້(Ship to Shore Rights South East Asia Programme)ສໍາລັບປີ 2024. ສະນັ້ນ, ຂ້າພະເຈົ້າຂໍສະເໜີໃຫ້ຜູ້ແທນທີ່ເຂົ້າຮ່ວມຈາກທຸກໆ ພາກສ່ວນຈົ່ງໄດ້ສຸມທຸກເຫື່ອແຮງເພື່ອປຶກສາຫາລື ແລະ ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ແລະ ສ້າງສັນເພື່ອນຳເອົາຄໍາຄິດເຫັນອັນເປັນປະໂຫຍດນັ້ນ ມາປັບປຸງປຶ້ມຄູ່ມືດັ່ງກ່າວໃຫ້ມີຄວາມສົມບູນຂຶ້ນ. (ຂ່າວສານຮສສ)
ພາບ/ຂ່າວ:ພະແນກຈັດຫາງານໄປຕ່າງປະເທດ
ວັນທີອອກຂ່າວ:2024-03-01