ຄັດເລືອກບໍລິສັດ/ບຸກຄົນ ສ້າງສື່ໂຄສະນາ ກ່ຽວກັບການປະຕິບັດງານຂອງຈຸດບໍລິການຈັດຫາງານ
by Domestic
ກົມການຈັດຫາງານ, ກະຊວງແຮງງານ ຂໍເຊີນເຂົ້າຮ່ວມສ້າງສື່ໂຄສະນາ ກ່ຽວກັບການປະຕິບັດງານຂອງຈຸດບໍລິການຈັດຫາງານ ປະກອບມີ: 1) ສ້າງ ວີດີໂອ (ອິນໂຟຣ ກຣາບຝິກ, ພາກສຽງ ຄວາມຍາວບໍ່ເກີນ 3ນາທີ) ເພື່ອແນະນໍາ ລະບົບການບໍລິການບໍລິການຈັດຫາງານ ແລະ ການບໍລິການຂອງ ຈຸດບໍລິການຈັດຫາງານ; 2) ສ້າງ ວີດີໂອ (ອິນໂຟຣ ກຣາບຝິກ, ພາກສຽງ ຄວາມຍາວບໍ່ເກີນ 10 ນາທີ) ເພື່ອແນະນໍາ ການນໍາໃຊ້ຄູ່ມືບໍລິການຈັດຫາງານ (ເປັນວິດີໂອ ແນະນໍາ ໃຫ້ພະນັກງານຈຸດ ໂດຍສະເພາະ ພະນັກງານຄົນໄຫມ່ ) 3) ອອກແບບແຜ່ນພັບ 2 ແບບ: 1. ເພື່ອແນະນໍາຂໍ້ມູນກ່ຽວກັບລະບົບ ແລະ ຂັ້ນຕອນການສະເຫນີ ຂໍໃບຢັ້ງຢືນວ່າງງານ ສໍາລັບຜູ້ວ່າງງານີ່ເປັນສະມາຊິກປະກັນສັງຄົມ ແລະ 2. ແມ່ນຂໍ້ມູນກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດ ແບບປອດໄພ. ບໍລິສັດ/ບຸກຄົນໃດສົນໃຈ ໃຫ້ສົ່ງເຈດຈໍານົງເປັນລາຍລັກອັກສອນໄປທີ່ຢູ່ທາງລຸ່ມນີ້ (ດ້ວຍຕົວເອງ ຫຼື ທາງໄປສະນີ) ກ່ອນວັນທີ 25 ຕຸລາ 2024 ເວລາ 16.00 ໂມງ. ອີເມວ: Ctvs.bee368@gmail.com; CC: psgproject.proc@gmail.com; phonemalykhattiya@gmail.com ຕິດຕໍ່ສອບຖາມ: 020 91114568, 020 29939999
ພາບ/ຂ່າວ:ພະແນກຈັດຫາງານພາຍໃນ
ວັນທີອອກຂ່າວ:2024-10-11