ເຊີນເຂົ້າຍື່ນຊອງປະມູນເປີດກວ້າງ ສຳລັບການຈັດຊື້ ລົດຮັບໃຊ້ຫ້ອງການຄຸ້ມຄອງໂຄງການ
by Domestic
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການຄຸ້ມຄອງໂຄງການ ເສີມສ້າງທັກສະທີ່ເປັນບູລິມະສິດ ສຳລັບການເຕີບໂຕຂອງ ສປປ ລາວ ຂໍເຊີນບໍລິສັດຂອງທ່ານ ເຂົ້າຍື່ນຊອງປະມູນແບບເປີດກວ້າງ ສຳລັບການຈັດຊື້ ລົດຮັບໃຊ້ຫ້ອງການຄຸ້ມຄອງໂຄງການ, ໄລຍະເວລາໃນການສົ່ງມອບ ຫລື ການບໍລິການ ແມ່ນ: ລົດ SUV ຈໍານວນ 2 ຄັນ[04 ເດືອນ], ລົດຕູ້ ຈໍານວນ 1 ຄັນ [12 ເດືອນ] ຊອງປະມູນຈະຕ້ອງສົ່ງຫາ ຫ້ອງການຄຸ້ມຄອງໂຄງການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຫ້ອງປະຊຸມຊັ້ນ 3) ບ້ານ ໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ໂທລະສັບ 020 91114568, 020 29939999, 020 22887666 ໃນວັນທີ ຫລື ກ່ອນ 12 ພະຈິກ 2024, ເວລາ 14,00 ມ. ການສົ່ງດ້ວຍລະບົບເອເລັກໂຕຼນິກຈະບໍ່ອະນຸຍາດ. ຊອງປະມູນທີ່ສົ່ງຊ້າຈະຖືກປະຕິເສດ
ພາບ/ຂ່າວ:ພະແນກຈັດຫາງານພາຍໃນ
ວັນທີອອກຂ່າວ:2024-10-10