ກອງປະຊຸມເຜີຍແຜ່
by LMI
ໃນຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 31 ກໍລະກົດ 2024 ທີ່ ຫ້ອງປະຊຸມເຂດພັດທະນາກວມລວມໄຊເສດຖາ ໄດ້ຈັດກອງປະຊຸມເຜີຍແຜ່ ຂັ້ນຕອນການນຳໃຊ້ລະບົບຂໍອະນຸມັດນຳໃຊ້ແຮງງານຕ່າງ ປະເທດ ຜ່ານລະບົບອອນລາຍ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 38 ເປັນຍິງ 11 ທ່ານ ທີ່ມາຈາກພາກສ່ວນ ກົມການຈັດຫາງານ, ກົມແຜນການ ແລະ ການຮ່ວມມືສາກົນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ, ຜູ້ພັດທະນາເຂດພັດທະນາກວມລວມໄຊເສດຖາ, ບັນດາພະນັກງານຝ່າຍບຸກຄະລາກອນທີ່ຢູ່ຫົວໜ່ວຍແຮງງານພາຍໃນເຂດ ແລະ ສະມາຊິກບັນດາສະມາຄົມທຸລະກິດທີ່ຂື້ນກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ກອງປະຊຸມໃນຄັ້ງນີ້ມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານບຸກຄະລາກອນ ຢູ່ບັນດາຫົວ ໜ່ວຍແຮງງານ ພາຍໃນເຂດພັດທະນາກວມລວມໄຊເສດຖາ ແລະ ບັນດາສະມາຄົມທຸລະກິດທີ່ຂື້ນກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພື່ອໃຫ້ຝ່າຍບຸກຄະລາກອນດັ່ງກ່າວ ສາມາດຮັບຮູ້ ແລະ ເຂົ້າໃຈເຖີງ ຂະບວນການຂັ້ນຕອນ ການຂໍນຳໃຊ້ແຮງງານຕ່າງປະເທດຜ່ານຊ່ອງທາງອອນລາຍ ໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິພົນ ແລະ ປຶກສາຫາລື ວິທີການຈັດຕັ້ງປະຕິບັດວຽກງານງານຕົວຈິງ ເພື່ອໃຫ້ສອດຄ່ອງກັບລະບົບທີ່ຈະເປີດໃນໃຊ້ໃນໄວໆນີ້.
ພາບ/ຂ່າວ:ພະແນກຂໍ້ມູນຂ່າວສານຕະຫຼາດແຮງງານ
ວັນທີອອກຂ່າວ:2024-07-31