ພິທີລົງນາມບົດບັນທຶກການຮ່ວມມື (MOC) ການຈັດສົ່ງແຮງງານລາວໄປ ຝຶກອົບຮົມຢູ່ປະເທດຍີ່ປຸ່ນ
by Oversea
ເພື່ອເປັນການເສີມຂະຫຍາຍການຮ່ວມມືດ້ານແຮງງານໃຫ້ກ້າວເຂົ້າສູ່ລວງເລິກເພີ່ມຕື່ມ ລັດຖະບານຂອງທັງສອງປະເທດ ລາວ ແລະ ຍີ່ປຸ່ນ ເຫັນດີໃຫ້ມີການຮ່ວມມື ກ່ຽວກັບການຈ້າງແຮງງານລາວທີ່ມີທັກສະ ຊຶ່ງພິທີລົງນາມບົດບັນທຶກການຮ່ວມມື (MOC) ການຈັດສົ່ງແຮງງານລາວໄປ ຝຶກອົບຮົມຢູ່ປະເທດຍີ່ປຸ່ນ ພາຍໃຕ້ສະຖານະພາບຢູ່ອາໄສໃໝ່ “ທັກສະສີມືແຮງງານສະເພາະ” ທີ່ໄດ້ຈັດຂຶ້ນທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ ໃນວັນທີ 28 ກຸມພາ 2024 . ພິທີເຊັນບົດບັນທຶກການຮ່ວມມື (MOA) ວ່າດ້ວຍການຈັດສົ່ງນັກຝຶກອົບຮົມລາວ ໄປປະເທດ ຍີ່ປຸ່ນ ລະຫວ່າງ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ບໍລິສັດ Nippon ManufacturingService Corporation ຈໍາກັດ. ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງຮສສ ແລະ ທ່ານ ມັດສຸໂມະໂຕະ ມັດຊາໂຕະ ປະທານບໍລິສັດ Nippon Manufacturing Service Corporation ຈໍາກັດ ແຫ່ງປະເທດ ຍີ່ປຸ່ນ . ເປັນກຽດເຂົ້າຮວ່ມໂດຍ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ທ່ານ ນາກາໂນະ ຈຸງຢະ ອຸບປະທູດ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ບັນດາທ່ານຫົວໜ້າກົມ, ຮອງກົມ ພ້ອມດວ້ຍພາກສວ່ນທີ່ກຽ່ວຂ້ອງແລະ ແຂກຖືກເຊີນເຂົ້າຮວ່ມ. ຜ່່ານມາ ສປປ ລາວ ແລະ ຍີ່ປຸ່ນ ແມ່ນມີສາຍພົວພັນທີ່ດີຕໍ່ກັນມາເປັນເວລາຍາວນານ ເວົ້າລວມ, ເວົ້າສະເພາະໃນດ້ານແຮງງານ ພວກເຮົາກໍໄດ້ມີການຮ່ວມມືຈັດສົ່ງແຮງງານລາວໄປຝຶກເຮັດວຽກໃນຮູບແບບ (Technical Intern Training Program) ນັບແຕ່ປີ 2003 ເປັນຕົ້ນມາ. ຮອດປີ 2016 ໄດ້ປັບປຸງ MOC, ມາຮອດປະຈຸບັນ ໄດ້ຈັດສົ່ງແຮງງານ ໄປເຮັດວຽກຢູ່ປະເທດຍີປຸ່ນ ຈຳນວນ 1,793 ຄົນ, ຍິງ 679 ຄົນ (2016-2024). ພາຍໃຕ້ການຮ່ວມມືດັ່ງກ່າວ ໄດ້ເຮັດໃຫ້ແຮງງານລາວຈໍານວນຫຼາຍ ໄດ້ມີວຽກເຮັດງານທໍາ, ຮຽນຮູ້ບົດຮຽນ ແລະ ປະສົບການໃນການເຮັດວຽກທີ່ດີ ຈາກປະເທດຍີປຸ່ນ ເພື່ອກັບຄືນມາພັດທະນາປະເທດຊາດ, ເຮັດໃຫ້ຜູ້ອອກແຮງງານມີຊີວິດການເປັນຢູ່ທີ່ດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສໍາລັບການຈັດຕັ້ງປະຕິບັດວຽກງານການຈັດສົ່ງນັກຝຶກອົບຮົມລາວໄປປະເທດ ຍີ່ປຸ່ນ ໃນໄລຍະຜ່ານເຫັນໄດ້ວ່າ ມີທ່າກ້າວຂະຫຍາຍໃນທຸກປີ, ແຕ່ເຖິງຢ່າງໃດກໍ່ຕາມ ຕົວເລກນັກຝຶກອົບຮົມລາວ ທີ່ປະເທດ ຍີ່ປຸ່ນ ເມື່ອທຽບກັບບັນດາປະເທດທີ່ກະຊວງ ຮສສ ໄດ້ຈັດສົ່ງ ຍັງມີຈໍານວນໜ້ອຍຫລາຍ ເນື່ອງຈາກວ່າ ການເຂົ້າເຖິງຕໍາແໜ່ງງານວ່າງທີ່ປະເທດ ຍີ່ປຸ່ນ ມີຄວາມທ້າທາຍພໍສົມຄວນ ເປັນຕົ້ນ: ມາດຕະຖານລະດັບພາສາຍີ່ປຸ່ນ ແລະ ການຮັບຮູ້ກ່ຽວກັບນັກຝຶກອົບຮົມລາວ ຂອງນາຍຈ້າງຍີ່ປຸ່ນຍັງມີຈໍາກັດ. ສະນັ້ນ, ເພື່ອເປັນການສົ່ງເສີມ ແລະ ຂະຫຍາຍຕະຫຼາດ ໃຫ້ແກ່ນັກຝຶກອົບຮົມລາວ ສາມາດເຂົ້າເຖິງຕໍາແໜ່ງງານວ່າງທີ່ປະເທດ ຍີ່ປຸ່ນ ໃຫ້ໄດ້ຫຼາຍຂຶ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປຶກສາຫາລືຮ່ວມກັບ ບໍລິສັດ Nippon Manufacturing Service Corporation ຈໍາກັດ ແຫ່ງປະເທດ ຍີ່ປຸ່ນ ກ່ຽວກັບການຈັດສົ່ງນັກຝຶກອົບຮົມລາວ ໄປປະເທດ ຍີ່ປຸ່ນ. ຜ່ານການປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເປັນເວລາດົນນານສົມຄວນ ມາຮອດມື້ນີ້ ທັງສອງຝ່າຍຈຶ່ງເຫັນດີເປັນເອກະພາບ ໃນການລົງນາມບົດບັນທຶກການຮ່ວມມື ວ່າດ້ວຍການຈັດສົ່ງນັກຝຶກອົບຮົມລາວ ໄປປະເທດ ຍີ່ປຸ່ນ.
ພາບ/ຂ່າວ:ພະແນກຈັດຫາງານໄປຕ່າງປະເທດ
ວັນທີອອກຂ່າວ:2024-03-04