ໂຄງປະກອບກົງຈັກ ຂອງກົມການຈັດຫາງານ

1. ພະແນກ ນະໂຍບາຍການຈັດຫາງານ
    - ຄົ້ນຄວ້າ ແລະ ສະເໜີອະນຸມັດສ້າງຕັ້ງ, ອະນຸຍາດສືບຕໍ່ ຫຼື ຍຸບເລີກວິສາຫະກິດບໍລິການຈັດຫາງານພາຍໃນ ແລະ ໄປຕ່າງປະເທດ ແລະ ອອກບັດພະນັກງານວິສາຫະກິດບໍລິການຈັດຫາງານ
    - ອອກໃບສັ່ງຈ່າຍຄ່າບໍລິການໂກຕ້ານຳໃຊ້ແຮງງານຕ່າງປະເທດ, ຄ່າທຳນຽມ, ຄ່າບໍລິການ, ລາຍຮັບເງິນບໍລິຫານການຈັດສົ່ງແຮງງານໄປຕ່າງປະເທດ ແລະ ຂື້ນແຜນນຳໃຊ້ລາຍຮັບວິຊາການ;
    - ບໍລິຫານວຽກປະຈຳວັນ, ຮັບ ແລະ ແຈກຢາຍເອກະສານຂາເຂົ້າ-ຂາອອກ, ຮັບແຂກ ແລະ ພິທີການຂອງກົມ;
    - ຂື້ນບັນຊີ, ເກັບກຳປະຫວັດ, ກຳນົດຕຳແໜ່ງງານ ແລະ ແຜນຄວາມຕ້ອງການພະນັກງານພາຍໃນກົມ;
    - ສັງລວມ ແລະ ຈັດກອງປະຊຸມສະຫຼຸບປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ຫ້າປີການເຄື່ອນໄຫວວຽກງານຂອງກົມ;
2. ພະແນກ ຈັດຫາງານພາຍໃນ
    - ຂື້ນທະບຽນຄວາມຕ້ອງການ, ຜູ້ຊອກວຽກ ແລະ ສະມາຊິກປະກັນສັງຄົມທີ່ວ່າງງານ;
    - ດຳເນີນການບໍລິການຈັດຫາງານໃຫ້ຜູ້ຊອກຫາວຽກເຮັດງານທຳ ຢູ່ພາຍໃນປະເທດ;
    - ໃຫ້ຄຳປຶກສາ ແລະ ແນະນຳອາຊີບ ແກ່ຜູ້ທີ່ຂື້ນທະບຽນຊອກວຽກເຮັດ ແລະ ສະມາຊິກປະກັນສັງຄົມທີວ່າງງານ ໃນການມີວຽກເຮັດງານທຳຕາມໂຄງປະກອບເສດຖະກິດ;
    - ປະສານກັບສະຖາບັນ, ສູນພັດທະນາສີມືແຮງງານ, ໂຮງຮຽນ, ສູນ ແລະ ວິທະຍາໄລວິຊາຊີບ ທັງພາຍລັດ ແລະ ເອກະຊົນ ເພື່ອນຳສົ່ງຜູ້ທີ່ຂື້ນທະບຽນຊອກວຽກໃຫ້ໄດ້ຮັບການພັດທະນາສີມືແຮງງານ;
    - ຊຸກຍູ້ ແລະ ສົ່ງເສີມ ບັນດາຈຸດບໍລິການຈັດຫາງານ, ວິສາຫະກິດບໍລິການຈັດຫາງານ, ຄູ່ສັນຍາດ້ານວິຊາການ ແລະ ຫົວໜ່ວຍແຮງງານ ເພື່ອຈັດຫາວຽກເຮັດງານທຳໃຫ້ຜູ້ອອກແຮງງານ ໃຫ້ໄດ້ເຂົ້າສູ່ຕຳແໜ່ງງານຕາາມຄວາມຕ້ອງການຂອງຫົວໜ່ວຍແຮງງານ;
    - ອອກໃບນຳສົ່ງສະໝັກວຽກ, ເຂົ້າພັດທະນາສີມືແຮງງານ ແລະ ຢັ້ງຢືນການວ່າງງານ ໃຫ້ສະມາຊິກປະກັນສັງຄົມ ເພື່ອຮັບນະໂຍບາຍອຸດໜູນວ່າງງານ ຕາມກົດໝາຍ ແລະ ລະບຽບການ;
    - ຄົ້ນຄວ້າ ແລະ ສະເໜີການຂະຫຍາຍຈຸດບໍລິການຈັດຫາງານ ຕາມຄວາມເໝາະສົມ; ສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ໃຫ້ຈຸດບໍລິການຈັດຫາງານ, ຫ້ອງການ ຮສສ ເມືອງ ແລະ ວິສາຫະກິດບໍລິການຈັດຫາງານພາຍໃນປະເທດ;
    - ຄົ້ນຄວ້າການສະເໜີ ແລະ ຄຸ້ມຄອງການຈັດງານຕະຫຼາດນັດແຮງງານ ໃນຂັ້ນສູນກາງ;
    - ຄຸ້ມຄອງ ແລະ ຕິດຕາມການປະກາດຮັບສະໝັກງານ ໃນຂອບເຂດທົ່ວປະເທດ;
3. ພະແນກຈັດຫາງານໄປຕ່າງປະເທດ
    - ຄົ້ນຄວ້າ, ສຶກສາເງື່ອນໄຂ ແລະ ສະພາບການເຮັດວຽກຢູ່ຕ່າງປະເທດ ເພື່ອຂະຫຍາຍໂອກາດໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ຕ່າງປະເທດ;
    - ຄົ້ນຄວ້າ ແລະ ສະເໜີການຂະຫຍາຍສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ ຕາມຄວາມເໝາະສົມ;
    - ສ້າງຄວາມເຂັ້ມແຂງໃຫ້ພະນັກງານຮັບຜິດຊອບສູນຂໍ້ມູນຂ່າວສານແຮງງານເຄື່ອນຍ້າຍ ແລະ ວິສາຫະກີດບໍລິການຈັດຫາງານໄປຕ່າງປະເທດ;
    - ດຳເນີນການບໍລິການຈັດຫາງານໄປເຮັດວຽກຢູ່ຕ່າງປະເທດ ໃນຮູບແບບລັດຕໍ່ລັດ ແລະ ຕາມການຕົກລົງຂອງສອງຝ່າຍ;
    - ຄົ້ນຄ້ວາການສະເໜີອະນຸມັດການຈັດສົ່ງ ແລະ ຄຸ້ມຄອງ ການຈັດສົ່ງແຮງງານລາວໄປເຮັດວຽກ ແະ ໄປຝືກເຮັດວຽກຢູ່ຕ່າງປະເທດ;
    - ສ້າງກົນໄກ ແລະ ເງື່ອນໄຂ ອຳນວຍຄວາມສະດວກໃຫ້ແຮງງານາເຂົ້າເຖິງແຫລ່ງທຶນໃນການໄປເຮັດວຽກຢູ່ຕ່າງປະເທດ, ຊຸກຍູ້ ໃຫ້ແຮງງານນຳໃຊ້ລະບົບການສົ່ງເງິນກັບບ້ານ ທີ່ຮັບປະກັນຄວາມປອດໄພ ແລະ ສາມາດຕິດຕາມໄດ້;
    - ຕິດຕາມ ແລະ ຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ໄດ້ຮັບສິດ ແລະ ປະຕິບັດພັນທະຕາມກົດ ໝາຍ ແລະ ລະບຽບການຂອງປະເທດສົ່ງ ແລະ ປະເທດຮັບ;
    - ຊຸກຍູ້ ແລະ ສົ່ງເສີມຜູ້ອອກແຮງງານລາວທີ່ກັບມາຈາກການໄປເຮັດວຽກຢູ່ຕ່າງປະເທດ ໄດ້ມີວຽກເຮັດງານທຳຢູ່ພາຍໃນປະເທດ;
    - ຄົ້ນຄວ້າ, ສົມທົບ ແລະ ສະເໜີນຳໃຊ້ເງິນກອງທຶນຊ່ວຍເຫຼືອແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ລແະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ;
4. ພະແນກ ສົ່ງເສີມການປະກອບອາຊີບອິດສະຫຼະ
    - ຂື້ນທະບຽນ, ໃຫ້ຄຳປຶກສາ ແລະ ແນະນຳ ຜູ້ທີ່ຕອງການປະກອບອາຊີບອິດສະຫຼະ;
    - ສ້າງຂີດຄາວມສາມາດໃຫ້ຜູ້ປະກອບອາຊີບອິດສະຫຼະ ເພື່ອກາຍເປັນຜູ້ປະກອບການ;
    - ຊຸກຍູ້, ສົ່ງເສີມ ຜູ້ປະກອບອາຊີບອິດສະຫຼະ ໃຫ້ເຂົ້າເຖິງແຫຼ່ງທຶນ, ຕະຫຼາດສິນຄ້າ ແລະ ການພັດທະນາຜະລິດຕະພັນ;
    - ຊຸກຍູ້ ແລະ ສົ່ງເສີມການຈ້າງງານແຮງງານຜູ້ດ້ອຍໂອກາດ, ເພດຍິງ, ແຮງງານພິການ. ຜູ້ສູງອາຍຸໃຫ້ມີລາຍໄດ້;
    - ສົ່ງເສີມໃຫ້ຜູ້ອອກແຮງງານທ້ອງຖິ່ນ ໄດ້ປະກອບສ່ວນເຮັດວຽກສາທາລະນະ ແນ່ໃສ່ແກ້ໄຂບັນຫາການວ່າງງານ ແລະ ຫຼຸດຜ່ອນ ຫຼື ປ້ອງກັນເຄື່ອນຍ້າຍໄປພຶ້ນທີ່ອື່ນໂດຍບໍ່ຈຳເປັນ;
    - ປະສານສົມທົບກັບຫົວໜ່ວຍແຮງງານ ເພື່ອສະໜອງວຽກໃຫ້ຜູ້ປະກອບອາຊີບອິດສະຫຼະ ສາມາດເຮັດວຽກຢູ່ບ້ານ ຫຼື ເຮືອນຂອງຕົນເອງ;
    - ປະສານສົມທົບກັບພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງມະຫາຊົນ ແລະ ອົງການບໍ່ສັງກັດລັດຖະບານ ເພື່ອຊຸກຍູ້ການສ້າງຄວາມເຂັ້ມແຂງ ແລະ ຄວາມຢືນຢົງໃນການປະກອບອາຊີບອິດສະຫຼະ;
    - ຄົ້ນຄວ້າ, ຕິດຕາມ ແລະ ກວດກາບັນຊີອາຊີບສະຫງວນໃຫ້ພົນລະເມືອງລາວ;
5. ພະແນກ ຂໍ້ມູນຂ່າວສານຕະຫຼາດແຮງງານ
    - ສ້າງ, ປັບປຸງຖານຂໍ້ມູນ, ຊອບແວ ແລະ ແອັດພິເຄຊັນ ສຳລັບ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄຫມ;
    - ພັດທະນາ ແລະ ຄຸ້ມຄອງລະບົບບໍລິຫານຄັງຂໍ້ມູນ ກ່ຽວກັບການຈັດຫາງານໄປຕ່າງປະເທດ, ການຈັດສົ່ງແຮງງານໄປຕ່າງປະເທດ, ການປະກອບອາຊີບອິດສະຫຼະ ແລະ ການນຳໃຊ້ແຮງງານຕ່າງປະເທດຢູ ສປປ ລາວ,
    - ພັດທະນາລະບົບຂ້ມູນຂ່າວສານຕະຫຼາດແຮງງານ ໃນ້ເປັນສູນກາງຂໍ້ມູນໃຫຍ່ (big data) ໃນການເກັບກຳ, ເຊື່ອໂຍງກັບຖານຂໍ້ມູນຂອງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ເອກະຊົນ ໃຫ້ເປັນລະບົບຄົບຊຸດ ທີ່ສາມາດຕິດຕາມ ແລະ ກວດກາໄດ້
    - ເຜີຍແຜ່, ຝຶກອົບຮົມ ແລະ ແນະນຳການນຳໃຊ້ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ລະຫັດສາລະບານອາຊີບ ໃຫ້ພາກສວ່ນກ່ຽວຂ້ອງທັງສູນການ ແລະ ທ້ອງຖິິນ;
    - ຄົ້ນຄວ້າ, ພັດທະນາເຄື່ອງມື ແລະ ກຳນົດວິທີການເກັບກຳຂໍ້ມູນ ຈາກຕ່າໜ່າງບໍລິການຈັດຫາງານ, ສະຖາບັນພັດທະນາສີມືແຮງງານ: ສະຖານການສຶກສາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທີ່ຈຳເປັນສຳລັບຖານຂໍ້ມູນຂ່າວສານຕະຫຼາດແຮງງານ,
    - ຄົ້ນຄວ້າ, ວິເຄາະວິໃຈ ແລະ ປັບປຸງແບບຈຳລອງພະຍາກອນຕະຫຼາດແຮງງານ ເພື່ອລາຍງານສະພາບຕະຫຼາດແຮງງານໃນອະນາຄົດ;
    - ຄົ້ນຄວ້າ ແລະ ສະເໜີອະນຸມັດຕົວເລກດັດສົມມະພາກດ້ານຕະຫຼາດແຮງງານ, ແຜນຄວາມຕ້ອງການນຳໃຊ້ແຮງງານລາວ ແລະ ແຮງງານຕ່າງປະເທດ, ການຂາດແຄນແຮງງານ ແລະ ການວ່າງງານໃນແຕ່ລະໄລຍະ;
    - ໂຄສະນາເຜີຍແຜ່ ສະພາບຕະຫຼາດແຮງງານໃນປະຈຸບັນ ທັງພາຍໃນປະເທດ: ພາກພື້ນ ແລະ ສາກົນ, ວາລະສານຂໍ້ມູນຕະຫຼາດແຮງງານ, ຜົນການວິໃຈ, ບົດແນະນຳ ແລະ ສະໜອງຂໍ້ມູນຂ່າວສານດານຕະຫຼາດແຮງງານ ສູ່ສັງຄົມຢ່າງກວ້າງຂວາງ;