ປຶກສາຫາລື ເຄື່ອນຍ້າຍແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ
by Oversea
ກອງປະຊຸມເຄືອຄ່າຍແຮງງານເຄື່ອນຍ້າຍ ໃນວັນທີ 27ກຸມພາ2024, ທີ່ໂຮງແຮມລາວພລາຊາ. ໂດຍເປັນປະທານຮວ່ມ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມການຈັດຫາງານ ກະຊວງຮສສ , ທ່ານ ພອນສະຫວັນ ເສດທະນະໄພສານ ຜູ້ຕາງຫນ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ເບັນຈາມິນ ຮາກິນຜູ້ຊ່ຽວຊານດ້ານວິຊາການປະຈໍາໂຄງການ Ship to Shore ບັນດາທ່ານຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ພ້ອມຄະນະວິຊາການເຂົ້າຮວ່ມ ແບບເຊິ່ງໜ້າ ແລະ ທາງໄກ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການຫນັບສະຫນູນຮ່ວມກັນຂອງໂຄງການຮ່ວມມືສາມຝ່າຍໃນອາຊຽນ(Triangle in ASEAN) ແລະ ໂຄງການຮັບປະກັນສິດທິຂອງແຮງງານເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້(Ship to Shore SEA programme) ຈຸດປະສົງເພື່ອແນໃສ່ລາຍງານຄວາມຄືບຫນ້າ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານຕິດພັນກັບການເຄື່ອນຍ້າຍແຮງງານ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ໃນໄລຍະຜ່ານມາ ແລະ ພ້ອມກັນປະກອບຄຳເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ຫນ້າມີຄວາມກົມກຽວ ແລະ ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ກອງປະຊຸມດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໄດ້ກ່າວມີຄຳເຫັນວ່າ: ຕໍ່ກັບບັນຫາການເຄື່ອນຍ້າຍແຮງງານໃນປະຈຸບັນນັບມື້ນັບເພີ່ມຂຶ້ນ ເຊິ່ງພວກເຮົາເຫັນວ່າບໍ່ສາມາດຈໍາກັດ ຫລື ສະກັດກັ້ນໄດ້ ເຊິ່ງສາເຫດຫລັກຂອງການເຄື່ອນຍ້າຍແຮງງານກໍ່ແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ເຮັດໃຫ້ເຂົາເຈົ້າພະຍາຍາມຊອກຫາທຸກຊ່ອງທາງເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວດີຂຶ້ນ. ສະພາບວິກິດການດັ່ງກ່າວ.ສປປລາວເອງກໍ່ເປັນປະເທດຫນຶ່ງທີ່ໄດ້ຮັບຜົນກະທົບເຊິ່ງສະແດງອອກຂອງອັດຕາເງິນເຟີ້ທີ່ເພີ່ມຂຶ້ນແບບກ້າວກະໂດດ,ຄ່າຄອງຊີບສູງຂຶ້ນ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ກໍຄືຊາວຜູ້ອອກແຮງງານມີຄວາມຫຍຸ້ງຍາກຂຶ້ນກວ່າເກົ່າ ເຊິ່ງເປັນຜົນໃຫ້ແຮງງານລາວຈໍານວນຫລາຍຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນປະເທດໃກ້ຄຽງ. ຕໍ່ກັບບັນຫາ ແລະ ສິ່ງທ້າທາຍ ຫລາຍດ້ານ ລັດຖະບານກໍ່ໄດ້ມີຄວາມພະຍາຢາມ ໃນຫຼາຍດ້ານເປັນຕົ້ນ: ສ້າງບັນດານິຕິກຳ ແລະ ລະບຽບການສະເພາະ ກຽ່ວຂ້້ອງເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ; ປະສານສົມທົບກັບອົງການປົກຄອງຂັ້ນທ້ອງຖິ່ນ ເພື່ອຕິດຕາມການເຄື່ອນໄຫວຮັບສະໝັກງານຂອງບໍລິສັດຈັດຫາງານ ໃຫ້ສອດຄ່ອງກັບຂັ້ນຕອນ ແລະ ລະບຽບການ; ປັບປຸງລະບົບໂປຣແກຣມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໃຫ້ສອດຄ່ອງກັບການນຳໃຊ້ຕົວຈິງ ແລະ ສາມາດເຊື່ອມໂຍງກັບປະເທດປາຍທາງ; ເປີດໂຕສະມາຄົມທຸລະກິດບໍລິການຈັດຫາງານລາວ ທີ່ໄດ້ສະເຫນີຮັບຮອງຈາກຂະແຫນງການກ່ຽວຂ້ອງ; ສ້າງຕັ້ງ ສູນຊ່ວຍເຫລືອແຮງງານເຄື່ອນຍ້າຍ (iMAC); ເອົາໃຈໃສ່ໃ ຝຶກອົບຮົມຂັ້ນພື້ນຖານໃຫ້ແຮງງານກ່ອນການຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ; ສ້າງຄວາມເຂັ້ມແຂງໃຫ້ພະນັກງານບໍລິສັດຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ເຂົ້າໃຈກົດໝາຍ ແລະ ລະບຽບການຕ່າງໆທີກ່ຽວຂ້ອງ; ສຸມໃສ່ວຽກງານໂຄສະນາປະຊາສຳພັນໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງ ເພື່ອໃຫ້ແຮງງານເຂົ້າເຖິງຂໍ້ມູນຂ່າວສານສຳລັບການໄປເຮັດວຽກແບບປອດໄພ ແລະ ຖືກຕ້ອງຕາມກົດໝາຍ ແລະ ເພີ່ມທະວີການຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງເພື່ອຕິດຕາມ ແລະ ດຳເນີນມາດຕະການຕໍ່ກັບບຸກຄົນ ແລະ ນິຕິບຸກຄົນທີ່ເຄື່ອນໄຫວຈັດສົ່ງແຮງງານບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຕອນທ້າຍ ທ່ານຍັງ ໄດ້ກ່າວຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະແດງຄວາມຂອບໃຈ ເປັນຢ່າງຍິ່ງຕໍ່ການສະໜັບສະໜູນຂອງລັດຖະບານອົດສະຕາລີ, ລັດຖະບານການາດາແລະ ສະຫະພາບເອີຣົບ ໂດຍຜ່ານອົງການແຮງງານສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ສະໜັບສະໜູນໃຫ້ກອງປະຊຸມນີ້ໄດ້ຈັດຂຶ້ນ. ທ່ານ ນາງ ສ້ອຍສະຫວັນ ອຸທະພອນ ຮອງຫົວຫນ້າພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງຮສສ ໄດ້ລາຍງານໃຫ້ຮູບວ່າ: ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍສົ່ງເສີມການມີວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວເຂົ້າເຖິງການຈ້າງງານທັງຢູ່ພາຍໃນແລະໄປເຮັດວຽກຢູ່ຕ່າງປະເທດປະຈຸບັນກະຊວງແຮງງານແລະສະຫວັດດີການສັງຄົມໄດ້ມີການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໃນລະບົບ MOU ມີຢູ່ 4 ປະເທດຄື: ປະເທດໄທ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ມາເລເຊຍ(ຍັງທົດລອງ) ແລະ ກໍ່ຍັງມີຫຼາຍປະເທດທີ່ສະເໜີຄວາມຕ້ອງການແຮງງານລາວ. ເຊິ່ງເປັນເງື່ອນໄຂທີ່ດີອີກຊ່ອງທາງຫນຶ່ງເຮັດໃຫ້ແຮງງານລາວສາມາດນຳເອົາເງິນຕາຕ່າງປະເທດເຂົ້າມາໃນປະເທດແລະສາມາດແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃນລະດັບໃດຫນຶ່ງ. ພ້ອມນີ້ສະຖິຕິການຈັດສົ່ງແຮງງານລາວ ນັບແຕ່ປີ 2016 - ຕົ້ນປີ 2024 ນີ້ , ໄດ້ມີການຈັດສົ່ງຈຳນວນແຮງງານລາວ ຢູ່ 4 ປະເທດດັ່ງນີ້: ປະເທດໄທມີຈຳນວນ 482,396 ຄົນ, ຍິງ 257,785; ປະເທດຍີປຸ່ນ ຈຳນວນ 1,793 ຄົນ , ຍິງ 679 ຄົນ; ປະເທດເກົາຫລີ ເລີມແຕ່ປີ ( 2018- ຕົ້ນປີ2024) ລວມທັງ ສອງລະບົບ eps ແລະ ລະບົບລະດູການມີຈຳນວນ 4,304, ຍິງ 1,269 ຄົນ ແລະ ປະເທດມາເລເຊຍ ເລີ່ມປີ 2022 ຈຳນວນ 469 ຄົນ. (ຂ່າວສານຮສສ)
ພາບ/ຂ່າວ:ພະແນກຈັດຫາງານໄປຕ່າງປະເທດ
ວັນທີອອກຂ່າວ:2024-03-04