ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ ໃນການສະໜອງເງິນກູ້ ແລະ ໂອນເງິນກັບຄືນປະເທດ
by Oversea
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມການຈັດຫາງານ, ກະຊວງແຮງງານ ແລ ະສະຫວັດດີການສັງຄົມ ແລະ ທະນາຄານ ອິນໂດຈີນ ຈໍາກັດ ວ່າດ້ວຍການສະໜອງເງິນກູ້ ແລະ ໂອນເງິນກັບຄືນປະເທດຂອງຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ. ໃນວັນທີ 04 ມີນາ 2024 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ. ໃນພິທີດັ່ງກ່າວ, ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດກາງານ ກະຊວງຮສສ ແລະ ທ່ານ ນາງ ຈັນເພັງ ວົງສົມບັດ ຜູ້ອໍານວຍການໃຫຍ່ ທະນາຄານອິນໂດຈີນ ຈໍາກັດ. ເປັນກຽດເຂົ້າຮວ່ມ ຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ Tay Hong Heng ປະທານ ທະນາຄານອິນໂດຈີນ ຈໍາກັດ, ມີບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຂອງ ກົມການຈັດຫາງານ, ທະນາຄານອິນໂດຈີນ ຈໍາກັດ ແລະ ຜູ້ທີ່ເຂົ້າຮ່ວມ. ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຍັງລາຍງານໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານແຮງງານ ຮ່ວມກັບ 3 ປະເທດຄື: ປະເທດໄທ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຊຶ່ງມາຮອດປະຈຸບັນ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໄດ້ຫລາຍພໍສົມຄວນ. ສໍາລັບການຈັດສົ່ງ ໃນປີ 2023 ຜ່ານມາ ສາມາດຈັດສົ່ງແຮງງານໄດ້ທັງໝົດຈໍານວນ 108,403 ຄົນ, ຍິງ 58,583 ຄົນ ລວມມີ ການຈັດສົ່ງໄປປະເທດໄທ ຈໍານວນ 104.670 ຄົນ, ຍິງ 51.728 ຄົນ; ປະເທດ ຍີ່ປຸ່ນ ຈໍານວນ 647 ຄົນ, ຍິງ 271 ຄົນ ແລະ ປະເທດ ສ.ເກົາຫຼີ ຈໍານວນ 3,084 ຄົນ, ຍິງ 1,177 ຄົນ. ສໍາລັບການຈັດສົ່ງແຮງງານໄປເຮັດວຽກທີ່ປະເທດ ສ.ເກົາຫຼີ ແມ່ນກໍາລັງໄດ້ຮັບຄວາມສົນໃຈຈາກຜູ້ອອກແຮງງານລາວເປັນຈໍານວນຫຼວງຫຼາຍ. ປະຈຸບັນ ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ, ສປປ ລາວ ດໍາເນີນການຈັດສົ່ງໃນ 2 ລະບົບຄື: ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ໃນລະບົບEmployment Permittion System (EPS) ຫຼື ລະບົບການອະນຸຍາດຈ້າງງານ ແມ່ນການຈັດສົ່ງໄປເຮັດວຽກໃນໂຮງຈັກໂຮງງານອຸດສາຫະກໍາຂະໜາດນ້ອຍ ແລະ ກາງ ໄລຍະການເຮັດວຽກ 3-5 ປີ ແລະ ການຈັດສົ່ງແຮງງານຕາມລະດູການ Seasonal Worker (SW)ແມ່ນເປັນການຈັດສົ່ງໄປເຮັດວຽກໃນຂົງເຂດກະສິກໍາເປັນສ່ວນໃຫຍ່ ໄລຍະສັ້ນ 3-5 ເດືອນຊຶ່ງຄ່າໃຊ້ຈ່າຍໃນການໄປເຮັດວຽກຢູ່ ສ.ເກົາຫຼີ ທັງໝົດ ເຊັ່ນ: ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງທັງໝົດ. ຜ່ານການຈັດຕັ້ງປະຕິບັດວຽກງານການຈັດສົ່ງແຮງງານລາວໄປເຮັດວຽກທີ່ຕ່າງປະເທດມາໄລຍະໜຶ່ງ ໂດຍສະເພາະການຈັດສົ່ງແຮງງານລາວໄປເຮັດວຽກທີ່ ສ.ເກົາຫຼີ ສາມາດຕີລາຄາໄດ້ບາງບັນຫາສໍາຄັນເປັນຕົ້ນ: ຜູ້ອອກແຮງງານລາວສ່ວນໃຫຍ່ເປັນຜູ້ທີ່ອາໄສຢູ່ເຂດຊົນນະບົດ, ເປັນຜູ້ທຸກຍາກ ສະນັ້ນ ການເຂົ້າເຖິງແຫຼ່ງທຶນ ເພື່ອດໍາເນີນເອກະສານໃນການໄປເຮັດວຽກຕ່າງປະເທດຂອງເຂົາເຈົ້າ ແມ່ນມີຄວາມຫຍຸ້ງຍາກ ແລະ ມີດອກເບ້ຍສູງ ເຮັດໃຫ້ຜູ້ແຮງງານເຫຼົ່ານັ້ນຕົກຢູ່ໃນຄວາມສ່ຽງຂອງການຖືກເອົາລັກ, ເອົາປຽບ. ນອກຈາກນີ້ຄວາມເຂົ້າໃຈຂອງແຮງງານກ່ຽວກັບວຽກງານການເງິນຍັງມີໜ້ອຍເຊັ່ນ: ການເປີດບັນຊີກ່ອນການເດີນທາງໄປເຮັດວຽກ, ການໂອນເງິນກັບບ້ານຜ່ານລະບົບທະນາຄານ ແລະ ອື່ນໆສ້າງຄວາມຫຍຸ້ງຍາກແກ່ຜູ້ແຮງງານທີ່ມີເຈດນໍານົງໃນການໂອນເງິນຄ່າແຮງງານຂອງຕົນມາແກ້ໄຂບັນຫາຄອບຄົວທີ່ ສປປ ລາວ ແລະ ລັດຖະບານ ກໍ່ບໍ່ສາມາດເກັບກໍາຂໍ້ມູນການໂອນເງິນກັບບ້ານຂອງແຮງງານໄດ້ ເຮັດໃຫ້ການວາງນະໂຍບາຍພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ຍັງຂາດຂໍ້ມູນທີ່ເປັນບ່ອນອີງໄດ້. ສະນັ້ນ ການຮ່ວມມືກັບທະນາຄານ ອິນໂດຈີນ ຈໍາກັດ ໃນຄັ້ງນີ້ ຈະເປັນບາດກ້າວໃໝ່ ໃນການພັດທະນາວຽກງານແຮງງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະການສ້າງທາງເລືອກໃໝ່ໃຫ້ແກ່ແຮງງານລາວ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ເພື່ອດໍາເນີນເອກະສານເດີນທາງໄປເຮັດວຽກຕ່າງປະເທດຢ່າງຖືກຕ້ອງ, ແຮງງານສາມາດເປີດບັນຊີທະນາຄານເປັນຂອງຕົນເອງກ່ອນການເດີນທາງ ເພື່ອສະດວກໃນການໂອນເງິນຄ່າແຮງກັບຄືນປະເທດ. ພ້ອມດຽວກັນນັ້ນ ລັດຖະບານ ກໍ່ຈະສາມາດເກັບກໍາຂໍ້ມູນຕ່າງໆ ກ່ຽວກັບການໄປເຮັດວຽກຕ່າງປະເທດຂອງແຮງງານລາວ ເພື່ອເປັນຂໍ້ມູນໃນການກໍານົດນະໂຍບາຍ, ນິຕິກໍາກ່ຽວຂ້ອງອື່ນໆ ເພື່ອພັດທະນາປະເທດຊາດໃນຕໍ່ໜ້າ. ບົດບັນທຶກສະບັບດັ່ງກ່າວ, ຍັງໄດ້ລະບຸ ເຖິງ ຊຸກຍູ້ການແລກປ່ຽນການສະໜັບສະໜູນດ້ານການເງິນໃຫ້ແກ່ແຮງງານລາວຢູ່ຕ່າງປະເທດ ແລະ ຮັດແໜ້ນການຮ່ວມມືມິດຕະພາບລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທະນາຄານອິນໂດຈີນ ຈໍາກັດ ໄດ້ຮັບການຊຸກຍູ້ໃຫ້ຮ່ວມມືກັບພະແນກການຈ້າງງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການສະໜັບສະໜູນຊ່ວຍດ້ານການເງິນໃຫ້ແກ່ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໂດຍການໃຫ້ເງິນກູ້ເຂົ້າເຖິງ, ສາມາດນຳໃຊ້ໄດ້ ແລະ ດອກເບ້ຍຕຳ່ ສໍາລັບທຸກກຸ່ມຂອງແຮງງານເຄື່ອນຍ້າຍຂອງລາວ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເຜີຍແຜ່ຂໍ້ມູນຂ່າວສານການປ່ອຍກູ້ຢືມເງິນໃຫ້ແກ່ແຮງງານລາວ ກ່ອນທີ່ຈະເດີນທາງໄປເຮັດວຽກຢູ່ຕ່າງປະເທດ. (ຂ່າວສານຮສສ)
ພາບ/ຂ່າວ:ພະແນກຈັດຫາງານໄປຕ່າງປະເທດ
ວັນທີອອກຂ່າວ:2024-03-04