ແຈ້ງການ ປິດຮັບເອກະສານສ້າງຕັ້ງບໍລິສັດບໍລິການຈັດຫາງານ
by Policy
ແຈ້ງເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນໃນຂອບເຂດທົ່ວປະເທດ ທີ່ສົນໃຈການສ້າງຕັ້ງວິສາຫະກິດບໍລິການຈັດຫາງານ ພາຍໃນ ແລະ ຕ່າງປະເທດ. ອີງຕາມ ແຈ້ງການຂອງ ກະຊວງແຮງງານ ແລະ ສະຫວັດການສັງຄົມ ສະບັບເລກທີ 1208/ຫກ, ລົງວັນທີ 13 ເມສາ 2023 ກ່ຽວກັບ ການໂຈະຮັບເອກກະສານການຂໍອະນຸຍາດດຳເນີນທຸລະກິດການບໍລິການຈັດຫາງານ ຊົ່ວຄາວ, ເລີ່ມແຕ່ວັນທີ 2 ພຶກສະພາ 2023 ຈົນຮອດວັນທີ 31 ກໍລະກົດ 2023. ຕໍ່ມາໄດ້ມີການສະເໜີກ່ຽວກັບ ສືບຕໍ່ການໂຈະຮັບເອກະສານການຂໍອະນຸຍາດດຳເນີນທຸລະກິດການບໍລິການຈັດຫາງານ ສະບັບເລກທີ 2696/ຫກ, ລົງວັນທີ 5 ກັນຍາ 2023 ຈົນກວ່າຈະມີຄວາມຈຳເປັນ ຫຼື ຄວາມຕ້ອງການບໍລິການຈັດຫາງານທີ່ສູງຂື້ນ. ຖ້າທ່ານສົນໃຈສາມາດເບິ່ງເອກະສານ ແຈ້ງການໂຈະຮັບເອກກະສານການຂໍອະນຸຍາດດຳເນີນທຸລະກິດການບໍລິການຈັດຫາງານ ຊົ່ວຄາວ ແລະ ໜັງສືສະເຫນີ ສືບຕໍ່ການໂຈະຮັບເອກະສານການຂໍອະນຸຍາດດຳເນີນທຸລະກິດການບໍລິການຈັດຫາງານ ໂດຍກົດຄຳວ່າ: “ ຂ່າວສານ, ນິຕິກຳ ແລະ ຂໍ້ຕົກລົງ ” ແລ້ວກົດໄປທີ່ “ ນິຕິກຳ, ກົດຫມາຍ, ດຳລັດ, ຂໍ້ຕົກລົງ ” ທ່ານສາມາດດາວໂຫຼດໄດ້. *ຂໍຂອບໃຈ*
ພາບ/ຂ່າວ:ມິດສຳພັນ
ວັນທີອອກຂ່າວ:2024-02-20