ກອງປະຊຸມລິເລີ້ມກະກຽມການສ້າງວິໄສທັດລະບົບ LMI
by LMI
ໃນເວລາ 08:30 ຂອງວັນທີ 05 ກໍລະກົດ 2024 ທີ່ຫ້ອງປະຊຸມຊັ້ນ 2 ຂອງອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມລິເລີ້ມກະກຽມການສ້າງວິໄສທັດລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຮອດປີ 2040 ແລະ ແຜນແມ່ບົດການພັດທະນາລະບົບ LMIS 10 ປີ (2025-2030) ໄດ້ຮັບການສະໜັບສະໜູນ ຈາກ ແຜນງານທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ LAO/336 (Skills for tourism, agriculture and forestry (STAF)), ອົງການລຸກຊໍາບວກ ເພື່ອຄວາມຮ່ວມມືເພື່ອການພັດທະນາ ປະຈໍາ ສປປ ລາວ (Luxembourg Agency for Development Cooperation) ພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງມີຜູ້ເຂົ້າຮ່ວມຮ່ວມຈໍານວນ 24 ທ່ານ, ຍິງ 09 ທ່ານ. ຈາກບັນດາກົມອ້ອມຂ້າງພາຍໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກົມການຈັດຫາງານ, ກົມຄຸ້ມຄອງແຮງງານ, ຫ້ອງການກະຊວງ, ກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ສູງອາຍຸ, ອົງການປະກັນສັງຄົມແຫ່ງຊາດ ແລະ ສະຖາບັນພັດທະນາສີມືແຮງງານ ແລະ ຈັດຫາງານ), ຊ່ຽວຊານສາກົນ, ຊ່ຽວຊານພານໃນ ແລະ ຜູ້ຕາງໜ້າຈາກໂຄງການ LAO/336. ຈຸດປະສົງເພື່ອຮ່ວມຮັບຟັງການນຳສະເໜີແຜນວຽກໂດຍຜູ້ຊ່ຽວຊານສາກົນ ດ້ານລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ຮ່ວມປຶກສາຫາລື ແລະ ສະເໜີແນວຄວາມຄິດ ໃນການກະກຽມສ້າງວິໄສທັດລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຮອດປີ 2040 ແລະ ແຜນແມ່ບົດການພັດທະນາລະບົບ LMIS 10 ປີ (2025-2030).
ພາບ/ຂ່າວ:ພະແນກຂໍ້ມູນຂ່າວສານຕະຫຼາດແຮງງານ
ວັນທີອອກຂ່າວ:2024-07-05