ປຶກສາຫາລື ເຄື່ອນຍ້າຍແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ
ກອງປະຊຸມເຄືອຄ່າຍແຮງງານເຄື່ອນຍ້າຍ ໃນວັນທີ 27ກຸມພາ2024, ທີ່ໂຮງແຮມລາວພລາຊາ. ໂດຍເປັນປະທານຮວ່ມ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງກົມການຈັດຫາງານ ກະຊວງຮສສ , ທ່ານ ພອນສະຫວັນ ເສດທະນະໄພສານ ຜູ້ຕາງຫນ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ເບັນຈາມິນ ຮາກິນຜູ້ຊ່ຽວຊານດ້ານວິຊາການປະຈໍາໂຄງການ Ship to Shore ບັນດາທ່ານຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ພ້ອມຄະນະວິຊາການເຂົ້າຮວ່ມ ແບບເຊິ່ງໜ້າ ແລະ ທາງໄກ.