Training for workers returning from working abroad in the modern agricultural
2024-01-21 - 2024-01-21
News
ຫົວຂໍ້ ແລະ ເນື້ອໃນບົດຮຽນໃນການນຳມາຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແບ່ງອອກເປັນ 06 ຫົວຂໍ້ ດັ່ງນີ້: 1. ຄວາມຮູ້ພື້ນຖານກ່ຽວກັບທຸລະກິດກະສິກຳ; 2. ເຕັກນິກໃນການກ້າເບ້ຍ ແລະ ດູແລເບ້ຍພືດ; 3. ເຕັກນິກໃນການກຽມດິນປູກ; 4. ຄວາມຮູ້ພື້ນຖານກ່ຽວກັບອາຫານພືດ; 5. ເຕັກນິກໃນການເຮັດຟຸ່ນບົ່ມ; 6. ຄວາມຮູ້ພື້ນຖານສັດຕູພືດ-ປ້ອງກັນພືດ; 7. ເຕັກນິກໃນການຜະລິດສານໄລ່ແມງໄມ້ສັດຕູພືດ. ຮູບແບບໃນການຝຶກຮົບຮົມໃນແຕ່ລະຫົວຂໍ້ແມ່ນນັກສຳມະນາກອນຈະໄດ້ຮັບຟັງການບັນລະຍາຍພາກທິດສະດີຈາກຄູຝຶກກ່ອນ ແລະ ຫຼັງຈາກນັ້ນຄູຝຶກຈຶ່ງໄດ້ນຳພານັກສຳມະນາກອນລົງສູ່ພາກປະຕິບັດຕົວຈິງໄປພ້ອມໃນແຕ່ລະຫົວຂໍ້ດັ່ງກ່າວ ຊຶ່ງເຮັດໃຫ້ ນັກຝຶກອົບຮົມ ສາມາດເຂົ້າໃຈບົດຮຽນໄດ້ໄວ ແລະ ສາມາດເກັບກ່ຽວເອົາປະສົບການຈາກພາກປະຕິບັດຕົວຈິງນັ້ນໄປນຳໃຊ້ເຂົ້າໃນການປະກອບອາຊີບຂອງຕົນເອງໄດ້ໂດຍໄວ.
ສະຖານທີ່ຕັ້ງຢູ່ ບ້ານ ທ່າສົ້ມມໍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ